ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ຈິງ ສ ອາ​ເມ​ຣິ​ກາ ມີ​ຫ້ອງ​ທົດ​ລອງ ​ພັດທະນາ​ອາວຸດ​ຊີວະ​ພາບ​ແທ້​ຢູ່ ອູ​ແກຣນ


     ວັນ​ທີ 14 ສິງຫາ ນີ້, ທ່ານ ຕັກ​ເກີ ຄາ​ຊົນ ອະດີດ​ໂຄສົກ​ຊ່ອງ​ຂ່າວ​ໂທລະພາບ FOX ນັກ​ຂ່າວ​ທີ່​ມີ​ຊື່​ສຽງ​ຂອງ​ ອາ​ເມ​ຣິ​ກາ​ ໄດ້​ເຜີຍແຜ່​ລາຍການ​ສຳ
ພາດ ​ທ່ານ ໂຣ​ເບີດ ຟຣານ​ຊິ​​ສ ເກັນ​ນິ​ດີ ຜູ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ ທານາທິບໍດີ​ຂອງ ​ພັກ​ປະຊາທິປະໄຕ ​ອາ​ເມ​ຣິ​ກາ ລົງ​ໃນ​ສື່​ສັງຄົມ​ອອນ​ລາຍ​ວ່າ: ສະ
ຫະລັດ​ອາ​ເມ​ຣິ​ກາ ມີ​ຫ້ອງ​ທົດ​ລອງ​ດ້ານ​ຊີວະ​ພາບ ທີ່​ພວມ​ພັດທະນາ​ອາວຸດ​ຊີວະ​ພາບ​ຢູ່​ອູ​ແກຣນ​ແທ້.

     ຫ້ອງ​ທົດ​ລອງ​ນີ້​ສາມາດຄົ້ນຄວ້າ, ທົດ​ລອງ ແລະ ຜະລິດ​ສິ່ງ​ທີ່​ເປັນ​ໄພ​ອັນຕະລາຍ​ຕໍ່​ມວນ​ມະນຸດ​ທົ່ວ​ໂລກ​ໄດ້. ນອກຈາກ​ນັ້ນ, ໃນ​ວັນ​ດຽວ​ກັນ​ແຫຼ່ງ
​ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ທ່ານ ອານາ​ໂຕ​ລີ ອັນ​ໂຕນົ​​ຟ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະຈຳ ສະຫະລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ອາ​ເມ​ຣິ​ກາ ປະຕິເສດ
​ອອກ​ວິ​ຊ່າ​ໃຫ້​ຜູ້ຕາງໜ້າ ​ຣັດ​ເຊຍ ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ ອາຊີ-ປາ​ຊີ​ຟິກ ຫຼື ເອ​ເປັກ (APEC), “ເຈົ້າ
​ໜ້າທີ່​ຫຼາຍ​ພາກສ່ວນ ແລະ ອົງການ​ລັດຖະບານ​ກໍ​ບໍ່​ໄດ້​ຮັບ​ວິ​ຊ່າ​ ເພື່ອ​ເຂົ້າ​ດິນແດນ​ ອາ​ເມ​ຣິ​ກາ” ເຊັ່ນ​ດຽວ​ກັນ.

     ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ ອົງການ​ເອ​ເປັກ ປະຈຳ​ປີ 2023 ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ ​ຊານ​ຟຣານ​ ຊິ​​ສ​ໂກ ​ຂອງ ​ອາ​ເມ​ຣິ​ກາ ​ໃນ​ເດືອນ ພະ
ຈິກ ປີ​ນີ້, ໂດຍ​ຈະ​ຈັດ​ກອງ​ປະຊຸມ​ລະດັບ ​ລັດຖະມົນຕີ, ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ ແລະ ອື່ນໆ​ກ່ອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/08/2023